"Phajay" New Product Launch & Lailaolab 7th Anniversary Celebration


[ Lao Below ] ✨"Phajay" New Product Launch & Lailaolab 7th Anniversary Celebration On November 11, 2025, Phapay Co., Ltd. officially held the launch event for its new product, "Phajay," at the Landmark Hotel in Vientiane Capital. This launch marks another significant step for the FinTech industry in the Lao PDR, aiming to fully drive the country toward a digital economy. However, we recognize that numerous challenges remain, particularly the fragmented and disconnected Payment Infrastructure among service providers. This is a major obstacle that keeps the cost of accessing the system high for entrepreneurs, especially Small and Medium-sized Enterprises (SMEs). To address these issues and build confidence among businesses and investors, the Bank of the Lao P.D.R. (BOL) has laid two crucial foundations: 1️⃣ "Agreement on Payment Services" No. 288/BOL, which guarantees security and provides a proper pathway for innovation to enter the market. 2️⃣ Modernizing and securing Laos' digital payment system to be globally interoperable, with the Lapnet system serving as the core connector. Within this context, the emergence of "Phajay" is a clear solution to the aforementioned challenges. Phajay acts as a vital mechanism and connector, enabling entrepreneurs, particularly SMEs and Startups, to connect with the Lapnet system more easily, quickly, and at a lower cost. This widespread connection will increase the volume of digital transactions in the system, allowing Lapnet to efficiently drive the country's digital financial system. We hope that "Phajay" will play a key role in supporting the steady growth of Laos' digital economy. ✨PHAJAY - Simplify Your Payments ----------------------------------------- ✨ງານເປີດໂຕຜະລິດຕະພັນໃໝ່ "ພາຈ່າຍ" ພ້ອມທັງພິທີສະເຫຼີມ ສະຫຼອງ 7ປີ ລາຍລາວແລັບ ໃນວັນທີ 11 ພະຈິກ 2025 ທີ່ຜ່ານມາ ບໍລິສັດ ພາເພ ຈຳກັດ ໄດ້ຈັດງານເປີດຕົວຜະລິດຕະພັນໃໝ່ຢ່າງເປັນທາງການພາຍໃຕ້ຊື່ “ພາຈ່າຍ” ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ. ການເປີດຕົວໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນສຳລັບອຸດສາຫະກຳ FinTech ໃນ ສ.ປ.ປ. ລາວ ເຊິ່ງມີຈຸດປະສົງເພື່ອຊຸກຍູ້ປະເທດໄປສູ່ເສດຖະກິດດິຈິຕອນຢ່າງເຕັມຮູບແບບ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຮັບຮູ້ວ່າຍັງມີສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະໂຄງລ່າງພື້ນຖານຂອງຜູ້ໃຫ້ບໍລິການຊຳລະເງິນ (Payment Infrastructure)ທີ່ຍັງມີຄວາມກະຈັດກະຈາຍ ແລະ ຂາດການເຊື່ອມຕໍ່ຮ່ວມກັນ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງທີ່ເຮັດໃຫ້ຕົ້ນທຶນຄ່າໃຊ້ຈ່າຍໃນການເຂົ້າເຖິງລະບົບຂອງຜູ້ປະກອບການ, ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຍັງຄົງຢູ່ໃນລະດັບສູງ. ເພື່ອແກ້ໄຂບັນຫາເຫຼົ່ານີ້ ແລະ ສ້າງຄວາມໝັ້ນໃຈໃນບັນດາທຸລະກິດ ແລະ ນັກລົງທຶນ, ທະນາຄານແຫ່ງ ສປປ ລາວ ໄດ້ວາງພື້ນຖານສຳຄັນສອງຢ່າງຄື: 1️⃣ "ຂໍ້ຕົກລົງ ວ່າດ້ວຍການໃຫ້ບໍລິການຊຳລະ" ສະບັບເລກທີ 288/ທຫລ ເພື່ອຮັບປະກັນຄວາມປອດໄພ ແລະ ສ້າງເສັ້ນທາງໃຫ້ແກ່ນະວັດຕະກຳເຂົ້າມາສູ່ຕະຫຼາດໄດ້ຢ່າງຖືກຕ້ອງ. 2️⃣ການສ້າງລະບົບການຊຳລະດິຈິຕອລຂອງລາວ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສາມາດເຊື່ອມໂຍງກັບສາກົນໄດ້, ໂດຍມີ ລະບົບ ແລບເນັດ (Lapnet) ເປັນແກນກາງສຳຄັນໃນການເຊື່ອມຈອດ. ພາຍໃຕ້ບໍລິບົດນີ້, ການເກີດຂຶ້ນຂອງ "Phajay" ຖືເປັນການຕອບໂຈດທີ່ຊັດເຈນຕໍ່ຄວາມທ້າທາຍດັ່ງກ່າວ. ພາຈ່າຍ ເຮັດໜ້າທີ່ເປັນກົນໄກ ແລະ ຕົວເຊື່ອມຕໍ່ທີ່ສຳຄັນ, ຊ່ວຍໃຫ້ຜູ້ປະກອບການ, ໂດຍສະເພາະກຸ່ມ SME ແລະ Start up, ທີ່ສາມາດເຊື່ອມຕໍ່ກັບລະບົບ Lapnet ໄດ້ງ່າຍຂຶ້ນ, ວ່ອງໄວ ແລະ ມີຕົ້ນທຶນຕ່ຳລົງ. ເມື່ອການເຊື່ອມຕໍ່ຢ່າງກວ້າງຂວາງຈະເພີ່ມປະລິມານການເຮັດທຸລະກຳດິຈິຕອນໃນລະບົບ, ເຮັດໃຫ້ Lapnet ສາມາດຂັບເຄື່ອນລະບົບການເງິນດິຈິຕອນຂອງປະເທດໄດ້ຢ່າງມີປະສິດທິພາບ. ພວກເຮົາຫວັງວ່າ "ພາຈ່າຍ" ຈະມີບົດບາດສຳຄັນໃນການຊຸກຍູ້ການເຕີບໂຕທີ່ໝັ້ນຄົງຂອງເສດຖະກິດດິຈິຕອນຂອງລາວໃຫ້ເຕີບໂຕຢ່າງໝັ່ນຄົງ. ✨ PhaJay — ເຊື່ອມຕໍ່ງ່າຍ ຈ່າຍສະດວກ #PHAJAY #LAILAOLAB7Years #TogetherWeGrow #simpliflyyourpayment --------------------------------- ສອບຖາມຂໍ້ມູນເພີ່ມເຕີມ: ☎️020 2899-2819 ( Nana ) 🌐phapay.com 📩 E-mail: info@phapay.com 📌ສະຖານທີ່: ບ້ານ ໂນນຄໍ້ໃຕ້, ເມືອງ ໄຊເສດຖາ, ແຂວງ ນະຄອນຫຼວງວຽງຈັນ 📌Location: Nonkortai Village, Saysettha District, Vientiane Capital, Lao PDR.
