ບໍລິການ

PhaJay ພວກເຮົາໃຫ້ບໍລິການທີ່ທັນສະໄໝ ເຊີ່ງອອກແບບມາເພື່ອອໍານວຍຄວາມສະດວກໃນການຊຳລະເງິນ ແລະ ພັດທະນາປະສົບການຂອງຜູ້ໃຊ້. ບໍລິການຂອງພວກເຮົາໄດ້ຖືກອອກແບບມາເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງທຸລະກິດ ແລະ ຜູ້ບໍລິໂພກພາຍໃນເສດຖະກິດດິຈິຕອນປະຈຸບັນ.

ການຈ່າຍເງິນທີ່ງ່າຍ ແລະ ປອດໄພຜ່ານ QR Code

ການຈ່າຍເງິນຜ່ານ QR ແມ່ນວິທີການທີ່ຜູ້ໃຊ້ສະແກນ QR Code ຜ່ານອຸປະກອນມືຖືເພື່ອດໍາເນີນການຈ່າຍເງິນ.

Smartphone with QR code

ວິທີການໃຊ້ງານ

PhaJay ເຮັດໃຫ້ຂະບວນການຊຳລະເງິນດ້ວຍ QR ງ່າຍຂີ້ນ ໂດຍການແບ່ງຂັ້ນຕອນເປັນ 3 ຂັ້ນຕອນທີ່ຜູ້ຄົນສາມາດເຮັດຕາມໄດ້ຢ່າງງ່າຍດາຍ. ວິທີການນີ້ຊ່ວຍໃຫ້ທ່ານເລີ່ມຕົ້ນການຮັບເງິນໄດ້ຢ່າງວ່ອງໄວ ແລະມີປະສິດທິພາບ.

1

ສ້າງ QR Code

ເພື່ອການເລີ່ມການຂໍຊຳລະເງິນ ທ່ານສາມາດໃຊ້ dashboard ຫຼື API ຂອງ PhaJay ໄດ້ຢ່າງງ່າຍດາຍ ເມີ່ອທ່ານດຳເນີນການດັ່ງກ່າວແລ້ວ ຫຼັງຈາກນັ້ນລະບົບຈະສ້າງ QR code ສຳລັບທຸລະກຳຂອງທ່ານແບບ resl-time ເພື່ອຊ່ວຍໃຫ້ການຊຳລະເງິນເປັນໄປຢ່າງລາບລື່ນ ແລ້ວທ່ານສາມາດແບ່ງປັນ QR code ນີ້ໃຫ້ຜູ້ຈ່າຍເງິນໄດ້.

2

ແບ່ງປັນ ຫຼື ແສະຫນາຍ QR Code

ສະແດງ QR code ຢ່າງໂດດເດັ່ນເທິງໜ້າຈໍອຸປະກອນ, ລວມມັນໄວ້ໃນໃບບີນທີ່ພິມອອກມາ, ຫຼື ສົ່ງແບບດິຈິຕອນຜ່ານອີເມວ ຫຼື ແອັບຂໍ້ຄວາມ. ສິ່ງນີ້ຊ່ວຍໃຫ້ລູກຄ້າສາມາດສະແກນໂຄ້ດໄດ້ງ່າຍດາຍໂດຍໃຊ້ແອັບພລິເຄຊັນ Mobile Banking ຂອງພວກເຂົາ, ຊ່ວຍອຳນວຍຄວາມສະດວກໃຫ້ແກ່ຂະບວນການຊຳລະເງິນທີ່ລື່ນໄຫລ ແລະ ມີປະສິດທິພາບ.

3

ໄດ້ຮັບເງິນໃນທັນທີ

ເມື່ອລູກຄ້າສະແກນ QR code ການຊຳລະເງິນຈະຖືກປະມວນຜົນໃນເວລາວ່ອງໄວ ແລະທ່ານຈະໄດ້ຮັບການແຈ້ງເຕືອນທັນທີກ່ຽວກັບສະຖານະຂອງທຸລະກຳ. ທ່ານຈະຮູ້ທັນທີຖ້າການຊຳລະເງິນສຳເລັດ ຫຼື ລົ້ມເຫຼວ.

ຄຸນນະສົມບັດຫຼັກຂອງການຈ່າຍເງິນດ້ວຍ QR ຂອງ PhaJay

PhaJay QR Payment ມີຄຸນນະສົມບັດທີ່ທັນສະໄໝ ທີ່ອອກແບບມາສຳລັບທຸລະກິດ ເພື່ອເພີ່ມຄວາມສະດວກໃຫ້ລູກຄ້າ ແລະລົດຂັ້ນຕອນການດຳເນີນງານ. ຈາກການສ້າງ QR Code ຢ່າງປອດໄພ ຫາການຕິດຕາມທຸລະກຳແບບ real-time, ບໍລິການຂອງພວກເຮົາຊ່ວຍໃຫ້ທ່ານເຕີບໂຕໄດ້ຢ່າງຫມັ່ນໃຈ.

QR Code ປອດໄພ ແລະ ເຂົ້າລະຫັດ

QR code ແຕ່ລະອັນຖືກສ້າງຢ່າງປອດໄພ ແລະມີການເຂົ້າລະຫັດ ເພື່ອຮັບປະກັນການຊຳລະເງິນທີ່ປອດໄພສຳລັບລູກຄ້າ ແລະ ຜູ້ຂາຍ.

ແຈ້ງເຕືອນການຈ່າຍເງິນແບບ real-time

ໄດ້ຮັບການແຈ້ງເຕືອນສະຖານະທຸລະກຳທັນທີ່ຫຼັງຈາກການຈ່າຍເງິນແລ້ວ ບໍ່ມີຄວາມລ່າຊ້າ ຫຼື ຄາດເດົາ.

ຮອງຮັບທຸກປະເພດອຸປະກອນ

ລູກຄ້າສາມາດສະແກນແລະຊຳລະເງິນຜ່ານ smartphone ຫຼື tablet ໄດ້ໂດຍບໍ່ຈຳເປັນຕ້ອງຕິດຕັ້ງແອັບ.

ເຊື່ອມຕໍ່ API ໄດ້ງ່າຍ

ເຊື່ອມຕໍ່ກັບລະບົບຂອງທ່ານໄດ້ຢ່າງລາບລື່ນຜ່ານ API ທີ່ໃຊ້ງານງ່າຍຂອງ PhaJay.

ປະຫວັດແລະການວິເຄາະທຸລະກຳ

ຕິດຕາມ ການຈັດການ ແລະ ວິເຄາະການຈ່າຍເງິນດ້ວຍ QR ຂອງທ່ານຜ່ານ dashboard ທີ່ຊັດເຈນ ແລະ ສາມາດດາວໂຫລດຂໍ້ມູນໄດ້.

ໃບຮັບເງິນດິຈິຕອນທີ່ມີແບຣນ

ສ້າງໃບຮັບເງິນດິຈິຕອນທີ່ປັບແຕ່ງໄດ້ໂດຍອັດຕະໂນມັດ ພ້ອມໂລໂກ້ຮ້ານ ແລະ ລາຍລະອຽດທຸລະກຳ.

ພາກສ່ວນທາງການເງິນຂອງພວກເຮົາ

ພວກເຮົາຮ່ວມມືກັບທະນາຄານຊັ້ນນຳ ເພື່ອຮັບປະກັນວ່າທຸລະກຳຈະດຳເນີນໄດ້ຢ່າງລາບລື່ນ ແລະປອດໄພ.

Bank Logo
Bank Logo
Bank Logo
Bank Logo
Bank Logo
Bank Logo