ແຈ້ງການຂ່າວດີຈາກ PhaJay: ໂປຣໂມຊັນສຸດພິເສດຈາກທະນາຄານ JDB! 💙


ຮຽນ ບັນດາລູກຄ້າ ແລະ ຮ້ານຄ້າທີ່ນຳໃຊ້ບໍລິການ PhaJay ທີ່ນັບຖື, ທາງ PhaJay ມີຄວາມຍິນດີທີ່ຈະແຈ້ງຂ່າວດີ ແລະ ມອບສິດທິພິເສດໃຫ້ກັບທຸກທ່ານ ດ້ວຍແຄມເປນໃໝ່ລ່າສຸດຈາກທະນາຄານ JDB ພາຍໃຕ້ໂຄງການ "QR YesPay ມີເຮທຸກທ້າຍເດືອນ!" 🥳 🎊 ພິເສດສຸດໆ! ຍິ່ງຮັບຊຳລະຫຼາຍ ຍິ່ງໄດ້ຮັບເງິນຄືນ (Incentive) ຫຼາຍ 📱 ສຳລັບລູກຄ້າທີ່ນຳໃຊ້ QR YesPay ແລະ My QR Personal ໃນການຮັບຊຳລະຄ່າສິນຄ້າ ແລະ ບໍລິການ ຜ່ານແອັບທະນາຄານທີ່ເປັນສະມາຊິກຂອງເຄືອຂ່າຍ LapNet. 📌 ລາຍລະອຽດ ແລະ ເງື່ອນໄຂການຮັບເງິນຄືນ: ເງື່ອນໄຂ: ພຽງແຕ່ຮ້ານຄ້າຂອງທ່ານມີຍອດຮັບຊຳລະຕັ້ງແຕ່ 500 ລາຍການຂຶ້ນໄປ ຕໍ່ເດືອນ. ສິດທິປະໂຫຍດ: ຮັບເງິນຄືນເຂົ້າບັນຊີທັນທີ ໃນທຸກໆທ້າຍເດືອນ. ມູນຄ່າເງິນຄືນ: ຮັບຂັ້ນຕ່ຳ 50,000 ກີບ/ເດືອນ ແລະ ສູງສຸດເຖິງ 5,000,000 ກີບ/ເດືອນ! ຢ່າລືມຊຸກຍູ້ການຮັບຊຳລະຜ່ານ QR ເພື່ອຮັບສິດທິປະໂຫຍດດີໆແບບນີ້ໃນທຸກໆເດືອນ. ຂໍຂອບໃຈທີ່ໄວ້ວາງໃຈ ແລະ ໃຫ້ PhaJay ເປັນສ່ວນໜຶ່ງໃນການເຕີບໂຕຂອງທຸລະກິດທ່ານສະເໝີມາ. ດ້ວຍຄວາມເຄົາລົບ, ທີມງານ PhaJay
