PhaPay Co., Ltd (PhaJay) Partners with Lao Mobile Money Sole Co., Ltd (M moneyX) to Elevate Digital Payments for Lao SMEs and Startups 🚀


[ Lao Below ] PhaPay Co., Ltd (PhaJay) Partners with Lao Mobile Money Sole Co., Ltd (M moneyX) to Elevate Digital Payments for Lao SMEs and Startups 🚀 📍 Vientiane Capital, May 15, 2026 — PhaPay Co., Ltd (PhaJay) and Lao Mobile Money Sole Co., Ltd (M moneyX) held a business partnership signing ceremony ✍️ to integrate a more convenient, fast, and comprehensive digital payment system for SMEs and Startups in Lao PDR 💸. The ceremony took place at Pha Phey Co., Ltd., honored by the presence of Mr. Vannapha SOUTHIVONG, CEO of PhaJay 👩💼, and Mr. Alounnadeth BARNCHIT, General Director of Lao Mobile Money Sole Co., Ltd 👨💼, along with the teams from both parties 👥. Mr. Vannapha SOUTHIVONG emphasized that as a Payment Facilitator, PhaJay will serve as a bridge 🌉 enabling SMEs to access local bank payment integrations much faster. What traditionally took up to 6 months will now be reduced to just 1-2 weeks ⏱️, significantly lowering resource costs 📉, and encouraging easier access to funding for businesses 💼. Integrating M moneyX 📱—which boasts a nationwide user base and a profound understanding of Lao consumer behavior—with PhaJay's Payment Gateway is considered the most crucial jigsaw piece 🧩 in building a truly seamless and robust digital payment ecosystem in Laos 🌐. This collaboration opens a new dimension for the Lao business sector 🌟. Moving forward, both parties plan to launch joint marketing campaigns 📢 and offer special privileges 🎁 to encourage customers to regularly use M moneyX for payments on the PhaJay platform in the future. ✨ PHAJAY - Simplify Your Payments ບໍລິສັດ ພາເພ ຈຳກັດ ( PhaJay ) ຈັບມື ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ( M moneyX ) ຍົກລະດັບການຊຳລະເງິນດິຈິຕອນ ເພື່ອ SMEs ແລະ Startup ລາວ 🚀 📍 ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2026 — ບໍລິສັດ ພາເພ ຈຳກັດ ( PhaJay ) ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ( M moneyX ) ໄດ້ຈັດພິທີລົງນາມສັນຍາຮ່ວມມືທາງທຸລະກິດ ✍️ ເພື່ອເຊື່ອມຕໍ່ລະບົບການຊຳລະເງິນດິຈິຕອນ ໃຫ້ແກ່ທຸລະກິດ SMEs ແລະ Startup ໃນ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຄົບວົງຈອນຍິ່ງຂຶ້ນ 💸. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ບໍລິສັດ ພາເພ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນນະພາ ສຸດທິວົງ ຜູ້ອຳນວຍການ (CEO) PhaJay 👩💼 ແລະ ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລີສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ 👨💼 ພ້ອມດ້ວຍທີມງານທັງສອງຝ່າຍ 👥. ທ່ານ ວັນນະພາ ສຸດທິວົງ ໄດ້ກ່າວເນັ້ນໜັກວ່າ PhaJay ໃນຖານະ Payment Facilitator ຈະເປັນຂົວເຊື່ອມຕໍ່ 🌉 ໃຫ້ SMEs ເຂົ້າເຖິງການຮັບຊຳລະຜ່ານທະນາຄານທ້ອງຖິ່ນໄດ້ໄວຂຶ້ນ ຈາກປົກກະຕິທີ່ໃຊ້ເວລາເຖິງ 6 ເດືອນ ໃຫ້ເຫຼືອພຽງ 1-2 ອາທິດເທົ່ານັ້ນ ⏱️, ຊ່ວຍຫຼຸດຜ່ອນຕົ້ນທຶນຊັບພະຍາກອນ 📉, ແລະ ຊຸກຍູ້ໃຫ້ທຸລະກິດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ 💼. ແລະ M moneyX 📱 ທີ່ມີຖານຜູ້ໃຊ້ງານກວມເອົາທົ່ວປະເທດ ແລະ ເຂົ້າໃຈພຶດຕິກຳຂອງຄົນລາວຢ່າງເລິກເຊິ່ງ ມາເຊື່ອມຕໍ່ກັບ Payment Gateway ຂອງ PhaJay ຖືເປັນການຕໍ່ຈິກຊໍ (Jigsaw) 🧩 ທີ່ສຳຄັນທີ່ສຸດ ໃນການສ້າງລະບົບນິເວດການຈ່າຍເງິນດິຈິຕອນໃນລາວໃຫ້ໄຮ້ຮອຍຕໍ່ ແລະ ເຂັ້ມແຂງຢ່າງແທ້ຈິງ 🌐. ການຮ່ວມມືຄັ້ງນີ້ ເປັນການເປີດມິຕິໃໝ່ໃຫ້ແກ່ວົງການທຸລະກິດລາວ 🌟 ໂດຍທັງສອງຝ່າຍຍັງມີແຜນຈັດແຄມເປນການຕະຫຼາດຮ່ວມກັນ 📢 ແລະ ມອບສິດທິພິເສດ 🎁 ເພື່ອຊຸກຍູ້ໃຫ້ລູກຄ້າຫັນມາໃຊ້ຈ່າຍຜ່ານ M moneyX ເທິງລະບົບຂອງ PhaJay ໃຫ້ກາຍເປັນປະຈຳໃນອະນາຄົດ. ✨PhaJay — ເຊື່ອມຕໍ່ງ່າຍ ຈ່າຍສະດວກ #PhaJay #MmoneyX #FintechLaos #DigitalPayment #MOUSigning #SimplifyYourPayments --------------------------------- ສອບຖາມຂໍ້ມູນເພີ່ມເຕີມ: ☎️ 0205914 - 4188 ( Nana ) 🌐phapay.com 📩 E-mail: info@phapay.com 📌ສະຖານທີ່: ບ້ານ ໂນນຄໍ້ໃຕ້, ເມືອງ ໄຊເສດຖາ, ແຂວງ ນະຄອນຫຼວງວຽງຈັນ
