Connected IT Solutions Co., Ltd (CITS)

Connected IT Solutions Co., Ltd (CITS) Logo

ການເຊື່ອມຕໍ່ລະບົບຮັບຊຳລະເງິນຂອງ ພາຈ່າຍ (PhaJay Payment) ເຂົ້າໃນລະບົບບິນລິ່ງ (Billing) ແລະ ການຈັດການຊອບແວຂອງພວກເຮົາ ຖືເປັນຈຸດປ່ຽນອັນສຳຄັນ ທີ່ຊ່ວຍໃຫ້ການເກັບຄ່າບໍລິການຕ່າງໆເປັນແບບອັດຕະໂນມັດ ແລະ ງ່າຍດາຍຂຶ້ນ.

ການປະສົມປະສານ

ປະສົບການຂອງລູກຄ້າ

ລູກຄ້າອົງກອນ ແລະ ບຸກຄົນຂອງພວກເຮົາມັກໃນຄວາມສະດວກສະບາຍ ທີ່ສາມາດຊຳລະຄ່າບໍລິການ IT ແລະ ຕໍ່ອາຍຸການນຳໃຊ້ລະບົບ (Software renewals) ໄດ້ທັນທີຕະຫຼອດ 24 ຊົ່ວໂມງ ໂດຍບໍ່ຕ້ອງແຈ້ງໂອນເງິນ ຫຼື ສົ່ງສະລິບແບບເດີມໆ.

ຜົນກະທົບຂອງ PhaJay Payment

ຄວາມພຶງພໍໃຈຂອງລູກຄ້າ

ຊ່ວຍຫຼຸດບັນຫາການຊຳລະເງິນຊ້າລົງໄດ້ເຖິງ 40% ແລະ ຊ່ວຍປະຢັດເວລາຂອງທີມງານບັນຊີໃນການກວດສອບຍອດເງິນໄດ້ຢ່າງມະຫາສານ ເຮັດໃຫ້ທີມງານໂຟກັສກັບການບໍລິການລູກຄ້າໄດ້ເຕັມທີ່.

ການນໍາໃຊ້ທີ່ເພີ່ມຂຶ້ນ

ລູກຄ້າປ່ຽນມາໃຊ້ການຊຳລະເງິນແບບດິຈິຕອລຜ່ານລະບົບພາຈ່າຍ ເພີ່ມຂຶ້ນເຖິງ 85% ພາຍໃນໄລຍະເວລາພຽງ 4 ເດືອນຫຼັງຈາກເປີດນຳໃຊ້.

ແຜນໃນອະນາຄົດ

CITS ມີແຜນທີ່ຈະນຳໃຊ້ລະບົບຂອງ ພາຈ່າຍ ເພື່ອເປີດຕົວລະບົບຕັດເງິນແບບລາຍເດືອນ (Subscription) ສຳລັບບໍລິການ Cloud ແລະ ຜະລິດຕະພັນຊອບແວໂຕໃໝ່ໃນອະນາຄົດອັນໃກ້ນີ້.

ປະຫວັດລູກຄ້າທີ່ສົ່ງເສີມແຮງບັນດານໃຈເພີ່ມເຕີມ