Soukchalern Technology and Service Sole Co.,Ltd

ວິທີການໃຊ້ງານ

ຊື້

ຈ່າຍ
ການປະສົມປະສານ
ສຸກຈະເລີນ ຕູ້ລ້າງລົດແບບປ່ອນເງິນລູກຄ້າສາມາດເຂົ້າມາໃຊ້ບໍລິການໄດ້ເອງທັນທີ ໂດຍບໍ່ຕ້ອງລໍຖ້າພະນັກງານ, ສຸກຈະເລີນໄດ້ເລືອກໃຊ້ລະບົບ ພາຈ່າຍ ເຂົ້າມາເປັນຫົວໃຈຫຼັກໃນການຮັບຊຳລະເງິນ. ການເຊື່ອມຕໍ່ນີ້ຊ່ວຍໃຫ້ຕູ້ລ້າງລົດທັນສະໄໝຂຶ້ນ ໂດຍລູກຄ້າສາມາດເຂົ້າມາໃຊ້ບໍລິການໄດ້ທັນທີດ້ວຍການສະແກນ QR Payment ຂອງ PhaJay ໂດຍບໍ່ຕ້ອງງົມຫາຫຼຽນ ຫຼື ລໍຖ້າພະນັກງານມາປ່ຽນເງິນໃຫ້ ເຮັດໃຫ້ການບໍລິການມີຄວາມຄ່ອງຕົວສູງສຸດ.
ປະສົບການຂອງລູກຄ້າ
ນັບຕັ້ງແຕ່ໃຊ້ການເຊື່ອມຕໍ່ຂອງ ພາຈ່າຍ, ລູກຄ້າຂອງ ສຸກຈະເລີນ ໄດ້ຮັບປະສົບການທີ່ດີກວ່າເກົ່າ. ລູກຄ້າສາມາດຊຳລະເງິນໄດ້ແບບບໍ່ຕ້ອງກັງວົນ ເພາະລະບົບຂອງເຮົາຮອງຮັບການສະແກນຈ່າຍຈາກ ທຸກແອັບທະນາຄານ. ແລະເຈົ້າຂອງທຸລະກິດກໍໄດ້ຮັບຄວາມສະດວກສະບາຍໃນການບໍລິຫານ ຍ້ອນສາມາດຕິດຕາມຍອດທຸລະກຳ ແລະ ກວດເຊັກລາຍຮັບໄດ້ແບບ Real-time ຜ່ານ Dashboard ຂອງພາຈ່າຍ ບໍ່ວ່າຈະຢູ່ໃສກໍຕາມ.
ຜົນກະທົບຂອງ PhaJay Payment
ຄວາມພຶງພໍໃຈຂອງລູກຄ້າ
ລູກຄ້າພໍໃຈຫຼາຍທີ່ສາມາດລ້າງລົດເອງໄດ້ທຸກເວລາທີ່ຕ້ອງການ (24/7) ບໍ່ວ່າຈະເປັນຕອນເຊົ້າມືດ, ຕອນທ່ຽງ ຫຼື ຕອນເດິກ ກໍສາມາດສະແກນຈ່າຍຜ່ານ ພາຈ່າຍ ແລ້ວລ້າງລົດໄດ້ທັນທີ ໂດຍບໍ່ຕ້ອງຖ້າໃຫ້ຮ້ານເປີດ ຫຼື ຖ້າພະນັກງານມາຕ້ອນຮັບນັ້ນເອງ.
ການນໍາໃຊ້ທີ່ເພີ່ມຂຶ້ນ
ຍອດການນຳໃຊ້ຕູ້ລ້າງລົດເພີ່ມຂຶ້ນຢ່າງເຫັນໄດ້ຊັດ ເພາະການຈ່າຍຜ່ານ QR Code ຊ່ວຍຕັດບັນຫາເລື່ອງບໍ່ມີເງິນຍ່ອຍ ຫຼື ຕູ້ບໍ່ຮັບໃບເກົ່າ ເຮັດໃຫ້ລູກຄ້າຕັດສິນໃຈໃຊ້ບໍລິການໄດ້ໄວຂຶ້ນ.
ແຜນໃນອະນາຄົດ
ພາຈ່າຍ ແລະ ສຸກຈະເລີນ ມີແຜນທີ່ຈະຂະຫຍາຍຈຸດບໍລິການຕູ້ລ້າງລົດໃຫ້ຄອບຄຸມຫຼາຍພື້ນທີ່ຫຼາຍຂຶ້ນ ພ້ອມທັງພັດທະນາລະບົບໂປຣໂມຊັນ ໂດຍຕັດຜ່ານລະບົບ ພາຈ່າຍ ໂດຍກົງ ເພື່ອສ້າງຄວາມຄຸ້ມຄ່າ ແລະ ຄວາມທັນສະໄໝໃຫ້ແກ່ຜູ້ບໍລິໂພກໃນໄລຍະຍາວ.
















