Vendor

ວິທີການໃຊ້ງານ

ການປະສົມປະສານ

ທຸລະກິດ Vending Machine ໄດ້ຍົກລະດັບການບໍລິການໂດຍການເຊື່ອມຕໍ່ລະບົບ ພາຈ່າຍ ເຂົ້າກັບຕູ້ກົດນ້ຳອັດຕະໂນມັດ. ການຮ່ວມມືນີ້ເຮັດໃຫ້ການຊື້-ຂາຍເປັນໄປຢ່າງວ່ອງໄວ; ລູກຄ້າພຽງແຕ່ເລືອກສິນຄ້າທີ່ຕ້ອງການ ແລ້ວສະແກນ QR Payment ຂອງ PhaJay ກໍສາມາດຮັບສິນຄ້າໄດ້ທັນທີ ໂດຍບໍ່ຕ້ອງໃຊ້ເງິນສົດ

ປະສົບການຂອງລູກຄ້າ

ບໍ່ວ່າລູກຄ້າຈະມີແອັບທະນາຄານໃດຢູ່ໃນມືຖື ກໍສາມາດສະແກນ QR ຂອງ ພາຈ່າຍ ໄດ້ເລີຍ! ລະບົບໄດ້ອອກແບບມາເພື່ອໃຫ້ລູກຄ້າ 'ຈ່າຍໄດ້ທຸກທີ່ ສະດວກທຸກເວລາ'

ຜົນກະທົບຂອງ PhaJay Payment

ຄວາມພຶງພໍໃຈຂອງລູກຄ້າ

ລູກຄ້າຈະຮູ້ສຶກເຖິງຄວາມສະດວກສະບາຍທີ່ແທ້ຈິງ ໂດຍສະເພາະໃນຊ່ວງເວລາທີ່ຮີບດ່ວນ. ບໍ່ຕ້ອງຢືນຖ້າພະນັກງານ, ບໍ່ຕ້ອງຈັບເງິນສົດໃຫ້ຍຸ່ງຍາກ, ຕອບໂຈດການໃຊ້ຊີວິດແບບ New Normal ທີ່ເນັ້ນຄວາມສະອາດ ແລະ ວ່ອງໄວ.

ການນໍາໃຊ້ທີ່ເພີ່ມຂຶ້ນ

ເພາະຄວາມງ່າຍນີ້ເອງ ທີ່ເຮັດໃຫ້ໃຜໆກໍເລືອກໃຊ້ບໍລິການຕູ້ຂອງເຮົາ. ຈາກທີ່ເຄີຍຍ່າງຜ່ານ ເພາະບໍ່ມີເງິນຢ່ອຍ, ຕອນນີ້ພຽງແຕ່ມີມືຖືເຄື່ອງດຽວ ທ່ານກໍສາມາດຊື້ເຄື່ອງທີ່ທ່ານມັກໄດ້ທຸກບ່ອນທີ່ມີສັນຍະລັກຂອງ ພາຈ່າຍ.

ແຜນໃນອະນາຄົດ

ພວກເຮົາກຳລັງພັດທະນາການເຊື່ອມຕໍ່ລະບົບໃຫ້ຮອງຮັບການຈ່າຍເງິນຮູບແບບໃໝ່ໆ ໃນລະດັບສາກົນ ເພື່ອຮອງຮັບທັງຄົນລາວ ແລະ ແຂກຕ່າງປະເທດ ໃຫ້ສາມາດໃຊ້ບໍລິການຕູ້ Vending ໄດ້ຢ່າງໄຮ້ຂີດຈຳກັດ. ແລະ ເພິ່ມຂະຫຍາຍເຄືອຂ່າຍການບໍລິການໃຫ້ຄອບຄຸມທຸກພື້ນທີ່ສຳຄັນ ບໍ່ວ່າຈະເປັນ ສະຖານທີ່ສາທາລະນະ, ຫ້ອງການ, ຫຼື ແຫຼ່ງທ່ອງທ່ຽວ ເພື່ອໃຫ້ລູກຄ້າໝັ້ນໃຈວ່າຈະມີ 'ພາຈ່າຍ' ຄອຍອຳນວຍຄວາມສະດວກໃຫ້ທ່ານໃນທຸກໆຍ່າງກ້າວ.

ປະຫວັດລູກຄ້າທີ່ສົ່ງເສີມແຮງບັນດານໃຈເພີ່ມເຕີມ